ໃສ່ເບີທີ່ຕ້ອງການທຳນາຍ
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ມີນິໄສໃຈດີ ໃຈເຢັນ ມີເມດຕາ ສະຕິປັນຍາດີ ມີເຫດຜົນ ອົບອຸ່ນຈິງໃຈ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ອັດທະຍາໄສດີຫຼາຍ ມີໝູ່ເພື່ອນຫຼາຍ ຊ່າງເວົ້າ ແລະ ຈໍາຄໍາເວົ້າຄົນອື່ນໄດ້ແມ້ນຍຳ ເປັນຕົວກາງໃນການຕິດຕໍ່ ເປັນຄົນອາລົມດີ ລ່າເລີງແຈ່ມໃສ ຊ່າງເວົ້າຊ່າງລົມ ປາກຫວານເອົາໃຈເກັ່ງ ເຂົ້າກັບຄົນງ່າຍ ເປັນຄົນມັກມ່ວນຊື່ນ ບໍ່ຄຽດ ເບິ່ງໂລກໃນແງ່ດີ ຊີວິດຄິດບວກ ບໍ່ເຄີຍຄິດຫຼາຍ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ
ການງານ
ຈະສົ່ງຜົນໃຫ້ ຊີວິດວຽກງານມີຄວາມຈະເລີນກ້າວໜ້າດີຂຶ້ນເລື້ອຍໆ ເປັນຄົນສະຫຼາດ ໄຝ່ຮຽນຮູ້ໃຫ້ຕົນເອງມີຄວາມຮູ້ ການງານການຮຽນເປັນເລີດ ສະມາທິດີ ມີສະຕິໃນການເຮັດວຽກ ຜົນງານຈຶ່ງອອກມາດີ ຜູ້ໃຫຍ່ສົ່ງເສີມດີຫຼາຍ ຖະໜັດຫາຊ່ອງທາງທຳມາຫາກິນ ໃຫຍ່ເມດຕາ ເພາະຄໍາເວົ້າຄຳຈາມີຫຼັກການ ມີເຫດຜົນໜ້າເຊື່ອຖື ບຸກຄະລິກທ່າທາງດູດີເປັນຜູ້ໃຫຍ່ ຍິ່ງເຮັດໃຫ້ເຫັນຍິ່ງມີຄວາມໜ້າເຊື່ອຖືໃນດ້ານການຕິດຕໍ່ການເຈລະຈາ ສະຫຼາດມີໄຫວພິບດີເລີດ ມັກວາງແຜນ ຄິດບໍ່ຊໍ້າໃຜ ເຮັດວຽກເກັ່ງ ສາມາດຫຼາຍຊິ້ນພ້ອມໆກັນໄດ້ດີເພາະຫົວໄວ ຮຽນຮູ້ຫຍັງໄດ້ໄວ ມັກຂາຍຂອງເກັ່ງ ໂນ້ມນ້າວໃຈຄົນເກັ່ງ ເວົ້າເກັ່ງຂາຍເກັ່ງ ຖະໜັດງານຂາຍ ຂາຍຂອງໄດ້ຢ່າງດີເລີດ ມີຫົວການຄ້າໃນຕົວ ເຮັດວຽກໄດ້ຫຼາກຫຼາຍອາຊີບ ໂດຍສະເພາະການຄ້າຂາຍເຄື່ອງສວຍງາມ ຫຼູຫລາ ລາຄາແພງ ທຸລະກິດຄວາມສວຍຄວາມງາມ ຫຼື ສິນຄ້າທີ່ມີລາຄາແພງ ມັກຄ້າຂາຍຂອງຫຼູຫລາ ລາຄາແພງໄດ້ດີ
ການເງິນ
ຈະສົ່ງຜົນໃຫ້ ມີຖານະຄວາມເປັນຢູ່ໝັ້ນຄົງ ເຂົ້າໃຈວາງແຜນຊີວິດ ຮູ້ຈັກພໍປະມານພໍພຽງ ໃຊ້ສະຕິໃນການດຳເນີນຊີວິດ ບໍ່ຟຸມເຟືອຍ ຮູ້ຈັກເກັບອົດອອມ ຈະໄດ້ເງິນຈາກຄຳເວົ້າ ມີເຄດິດໃນຄຳເວົ້າ ເວົ້າແລ້ວໄດ້ເງິນ ຫາເງິນເກັ່ງ ບໍ່ຢຸດນິ້ງ ຊອບເຮັດວຽກ ເງິນຈະຫຼາຍ ເງິນມາຈາກວຽກທີ່ເຮັດ ແລະ ຄວາມຂະຫຍັນຂອງຕົນເອງ ໄດ້ເງິນທີ່ໄດ້ມາຈາກວຽກທີ່ຕ້ອງໃຊ້ສຽງ ແລະ ຄໍາເວົ້າ ຄ້າຂາຍດີ ທຳມາຄ້າຂຶ້ນ ມີໂຊກດ້ານການເຈລະຈາ ສາລິກາລີ້ນທອງ ຫາເງິນເກັ່ງ ການເງິນດີ ມີໂຊກມີລາບເຂົ້າມາເລື້ອຍໆບໍ່ຂາດ ເງິນຄໍາຫາງ່າຍ ມີກິນມີໃຊ້ຕະຫຼອດບໍ່ຂາດມື
ຄວາມຮັກ
ຈະສົ່ງຜົນໃຫ້ ມີຜູ້ໃຫຍ່ອຸປະຖໍາ ຊະຕາຊີວິດສົດໃສລຸ້ງໂລດ ໃຈເຢັນຕໍ່ຄູ່ຄອງ ຮຽນຮູ້ຄູ່ຮັກຕົນເອງໄດ້ໄວ ປັບຕົວເຂົ້າກັບຄົນຮັກງ່າຍ ເປັນຄົນທີ່ມີສະເໜ່ແຮງຫຼາຍ ເວົ້າແລ້ວເບິ່ງມີສະເໜ່ ເປັນທີ່ຮັກຂອງຜູ້ຄົນ ມີສະເໜ່ດຶງດູດເພດກົງກັນຂ້າມ ມີຄວາມໂລແມນຕິກໃນຕົວ ມີສະເໜ່ແຮງຫຼາຍ ໃຜເຫັນໃຜກໍຮັກ ເປັນຄົນມີສະເໜ່ໃນຕົວ
ໂຊກລາບ
ຈະສົ່ງຜົນໃຫ້ ເຮັດບຸນເລື້ອຍໆ ຈະມີໂຊກລາບແບບບໍ່ຄາດຝັນເລື້ອຍໆ ມີໂຊກຈາກການເຈລະຈາ ແລະ ການສື່ສານ ໄດ້ລາບຈາກການດູແລຜູ້ໃຫຍ່ຢ່າງໃກ້ສິດ ມີໂຊກລາບວາດສະໜາດີ ມີໂຊກຟຸກໆ ມີເງິນມີຄໍາເຂົ້າມາບໍ່ຂາດມື
ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຊຸດທີ 1
ຄູ່ເລກ 55 ໃຈດີມີຄຸນທໍາ ມີສະຕິຮອບຄອບ ປັນຍາດີ "ພະລັງປັນຍາແຫ່ງຄວາມເຢັນ ຈິງໃຈ ແລະ ອົບອຸ່ນ" ຄູ່ນີ້ໜູນນໍາໃຫ້ປາດເປື້ອງເລືອງຊື່ ມີປັນຍາພາຕົນສຶກສາຫາຄວາມຮູ້ ຈຶ່ງມີຊີວິດທີ່ລຸ່ງໂລດສົດໃສ ເຮັດສິ່ງໃດມີແຕ່ຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ມີນິໄສໃຈດີ ມີຜູ້ໃຫຍ່ອຸປະຖໍາ ມີຄຸນທໍາປະຈໍາໃຈ ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນຊີວິດ ມີມາດດີ ເບິ່ງໜ້າເຊື່ອຖື ມີຄວາມສຸຂຸມສຸພາບຮຽບຮ້ອຍ ບໍ່ລຸ່ມລ່າມ ບຸກຄະລິກພາບເບິ່ງດີມີພູມຖານ ໜ້າເຊື່ອຖື ດາວພະຫັດສົ່ງຜົນໃຫ້ໃຈເຢັນ ໃຈດີ ໃຈສະບາຍ ມີຈິດໃຈໂອບອ້ອມອາລີ ມີເມດຕາ ມີລັກສະນະດີ ເຄດິດດີ ຄົບຫາກັບຜູ້ໃຫຍ່ ຜູ້ມີຄວາມຮູ້ ຄວາມດີ ເປັນທີ່ໜ້າໄວ້ວາງໃຈ ມີຄົນເຊື່ອຖື ມັກນໍາພາໃຫ້ຊີວິດ ເປັນໃຫຍ່ເປັນໂຕ ໃນໜ້າທີ່ການງານ ມີຄວາມຮູ້ດີຫຼາຍ ສະຕິປັນຍາດີສຽບແຫຼມ ມີໂອກາດໄດ້ເຮັດບຸນເພີ່ມກຸສົນເລື້ອຍໆ ສົນໃຈໃນການສຶກສາດ້ານຕ່າງໆ ຊອບໃນເລື່ອງໂຫລາສາດ ສາສະໜາ ປັດຊະຍາ ບໍ່ມັກລົບກວນຜູ້ອື່ນ ເປັນຄົນມີມາລະຍາດ, ຮູ້ຈັກຄິດ ມີເຫດມີຜົນ ຮັກຄວາມຖືກຕ້ອງ ຈິງໃຈ ຊື່ສັດ ມີເມດຕາຊ່ວຍເຫຼືອຜູ້ອື່ນ ມີຄວາມສະຫງົບສຸກໃນຊີວິດ ຮູ້ຈັກຄິດ ຮູ້ຈັກວາງ ມີຄວາມສຸກໃນຊີວິດ ເປັນເລກດີ ໃຈເຢັນ ມີສະຕິ ມີເຫດມີຜົນ ຄົນທີ່ໃຈຮ້ອນ ຫຼືຂາດຄວາມຢັບຢັ້ງຄິດໃນຊີວິດຄວນໃຊ້ເປັນຢ່າງຫຼາຍ ເໝາະສົມກັບສາມີທີ່ເຈົ້າຊູ້ ຫຼື ດັບຄວາມເຈົ້າຊູ້ລົງໄດ້ດ້ວຍ ແລະ ຕ້ອງເບິ່ງບໍລິບົດເລກອື່ນໆໃຫ້ດີຄູ່ກັນ
ຄວາມໝາຍຄູ່ເລກຊຸດທີ 2
ເລກແຫ່ງສະຕິປັນຍາ ເປັນເລກມຸງຄົນທີ່ດີຫຼາຍ ເຂົ້າກັບຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ຮັກເມດຕາ ເປັນຜູ້ມີວິຊາຄວາມຮູ້ຢູ່ກັບຕົວບໍ່ອົດຕາຍ ມີສະມາທິ ເປັນຄົນເບິ່ງໂລກໃນມຸມບວກ ຈິດໃຈດີມີເມດຕາ ການງານກ້າວໜ້າ ມີຄວາມໜ້າເຊື່ອຖື ມີໂອກາດໄດ້ພົບຄວາມຮັກດີໆ ມີຄູ່ຄອງທີ່ດີ ຮູ້ຈັກປ່ອຍວາງ ສະຫຼາດໃນການທຳມາຫາກິນ ມີຄວາມກ້າວໜ້າສະເໝີ ມີບໍລິວານເພື່ອນພ້ອງທີ່ດີ ມີສະມາທິດີ ສະຫຼາດສະຫຼຽວຮອບຮູ້ ຮອບຄອບ ໃຈເຢັນມີນໍ້າໃຈ ມັກຊ່ວຍເຫຼືອຜູ້ອື່ນ ມີຈິດໃຈໝັ້ນຄົງ ຖ້າເຮັດວຽກຮັບລັດຖະການ ເຈົ້ານາຍຈະເລື່ອນຕຳແໜ່ງໃຫ້ດີ ຜົນງານເຂົ້າມາຜູ້ໃຫຍ່ເອັນດູເປັນພິເສດ ຖ້າເປັນຄູບາອາຈານກໍຈະມີຄຸນນະທຳໃຈດີ ລູກສິດຮັກ ຖ້າເປັນນັກຮຽນກໍຈະສົນໃຈວິຊາການຫາຄວາມຮູ້ ຝັກໄຝ່ໃນການສະແຫວງຫາຄວາມຮູ້ໃສ່ຕົນສະເໝີ ເປັນເລກດີຫຼາຍທີ່ຄົນສ່ວນຫຼາຍໃຊ້ໄດ້ ເດັ່ນໃນເລື່ອງໃຈເຢັນ ເລື່ອງຕຳແໜ່ງ ແລະ ຜູ້ໃຫຍ່ເມດຕາ
ຄວາມໝາຍຄູ່ເລກຊຸດທີ 3
ເຈລະຈາປາໄສເກັ່ງ ມີເຫດຜົນມີຫຼັກການຄວາມຄິດດີຫຼາຍ ຜູ້ໃຫຍ່ຮັກເມດຕາ ເອັນດູໃຫ້ການຊ່ວຍເຫຼືອດີຫຼາຍ ເປັນຄົນມີຄວາມຮູ້ ມີເຄດິດດີ ມີເສັ້ນສາຍ ການງານເກັ່ງໄຫວພິບດີປັນຍາເປັນເລີດ ເຮັດວຽກເກັ່ງຄ່ອງແຄ້ວວ່ອງໄວ ຮຽນຮູ້ຫຍັງກໍ່ໄວໄປໝົດ ຖ້າຢູ່ໃນໄວຮຽນກໍເປັນຜູ້ສະຫຼາດໃນການຄຳນວນ ເດັ່ນເລື່ອງສະຕິປັນຍາ ຫົວດີຫົວໄວ ຄວາມໜ້າເຊື່ອຖື ແລະ ວຽກທີ່ຕ້ອງໃຊ້ຄຳເວົ້າ ໃຊ້ເຄດິດໃນການເຈລະຈາ ມີຄວາມໜ້າເຊື່ອຖື ເໝາະສົມຫຼາຍກັບວຽກວິຊາການ, ການຮຽນ, ວຽກລັດຖະການ, ວຽກທີ່ຕ້ອງໃຊ້ການເຈລະຈາຊື່ສຽງ, ວຽກທີ່ມີກຽດກໍເໝາະສົມ
ຄວາມໝາຍຄູ່ເລກຊຸດທີ 4
ຄູ່ເລກ 44 ສະຫຼາດໄຫວພິບດີ, ເຈລະຈາເກັ່ງ, ທັນສະໄໝ ຜູ້ໃຊ້ເລກນີ້ຈະເປັນຄົນມີຄວາມຮູ້ໄຫວພິບ ສະຕິປັນຍາດີຫຼາຍ ທັນສະຖານະການ ທັນເຫດການຂ່າວສານ ເປັນນັກວາງແຜນຊັ້ນຍອດ ສະຫຼາດຫຼັກແຫຼມ ສະຫຼາດຫຼາຍ ເຈົ້າແຫ່ງປັນຍາ ແຫຼມຄົມ ເປັນນັກເວົ້ານັກຄິດນັກເຈລະຈາ ເປັນນັກເວົ້າ ມີຄວາມທັນສະໄໝ ຄວາມຄິດດີ ມີໄອເດຍໃໝ່ໆ ກ້າຄິດກ້າເຮັດ ພັດທະນາຕົນເອງແລະສິ່ງຕ່າງໆໄດ້ດີ ໄດ້ມີໂອກາດພົບປະຜູ້ຄົນ ເດີນທາງ ເຂົ້າກັບຄົນອື່ນໄດ້ງ່າຍ ປັບຕົວໄວ ເຂົ້າສັງຄົມໄດ້ດີ ມີເພື່ອນຝູງຫຼາຍ ເປັນຄົນເກັ່ງ ສາມາດເຮັດວຽກຍາກໄດ້ ເຖິງແມ່ນບໍ່ຖະໜັດ ຫົວໄວ ເປັນເລກສຸດຍອດໃນເລື່ອງຫົວໄວໄຫວພິບ ເຈລະຈາຄ້າຂາຍ ຂໍ້ມູນຂ່າວສານ ປະຊາສໍາພັນ ເປັນເບີດີທີ່ໄດ້ໃຊ້ກັບອາຊີບທີ່ເໝາະສົມດີທີ່ສຸດ ເຊັ່ນ: ການເຮັດການຄ້າ ທີ່ຕ້ອງເຈລະຈາຄ້າຂາຍ ທີ່ຕ້ອງເວົ້າລົມ ວຽກກ່ຽວກັບເອກະສານ, ຄອມພິວເຕີ, ເທັກໂນໂລຢີ, ນັກຂ່າວ, ນັກປະຊາສໍາພັນ, ການຂາຍຂອງທຸກປະເພດ, ຫຼິ້ນຮຸ້ນ, ລົງທຶນ, ນັກການທູດ, ເຊວຂາຍ, ນັກບັນຊີ, ທະນາຍຄວາມ, ຄ້າຂາຍຂອງໄອທີກໍໄດ້ ເຮັດໄດ້ຫຼາຍຢ່າງເພາະເປັນເລກເກັ່ງ ແລະ ຄວາມສາມາດ
ຄວາມໝາຍຄູ່ເລກຊຸດທີ 5
ຜູ້ໃຊ້ເປັນຄົນລ່າເລີງ ມີຄວາມອ່ອນຫວານ ແຈ່ມໃສ ມັກສະໜຸກສະໜານ ຊ່າງເວົ້າຊ່າງເຈລະຈາ ເວົ້າມ່ວນອ່ອນຫວານ ເວົ້າເພາະປາກຫວານ ອ່ອນໂຍນ ໄຝ່ຝັນໃນສິນລະປະ ມັກໃນສິ່ງສວຍງາມ ໂລແມນຕິກ ເອົາໃຈເກັ່ງ ເຂົ້າກັບຜູ້ອື່ນໄດ້ງ່າຍ ເປັນທີ່ຮັກຂອງຜູ້ຄົນ ສັງຄົມກວ້າງຂວາງ ຫາເງິນເກັ່ງ ໄດ້ດີເພາະປາກ ເວົ້າເກັ່ງຂາຍເກັ່ງ ລູກຄ້າມັກຕິດອົກຕິດໃຈ ການເງິນໝູນຄ່ອງ ທຳມາຄ້າຂຶ້ນ ມີຫົວການຄ້າ ສາມາດສ້າງລາຍໄດ້ຫຼາຍໆທາງພ້ອມກັນ ເປັນຄົນທີ່ມີສະເໜ່ຫຼາຍ ຄົນໃກ້ຊິດຮັກໃຄ່ ຮໍໂມນແຂງແຮງ ເໝາະແກ່ການຄ້າຂາຍທຸກປະເພດ ເພາະເວົ້າດີເວົ້າເກັ່ງ ໃຫ້ຂາຍຫຍັງກໍຂາຍໄດ້ ເໝາະກັບການຂາຍທຸກຊະນິດ ລວມເຖິງວຽກທີ່ຕ້ອງໃຊ້ສຽງທຸກຊະນິດ ເຊັ່ນ: ຄ້າຂາຍ, ນັກຮ້ອງ, ພິທີກອນ, ດີເຈ, ຜູ້ບັນຍາຍ, ຊື້ມາຂາຍໄປ ຖ້າມີຄູ່ແລ້ວກໍຈະອ່ອນຫວານ ໂຣແມນຕິກກັບຄູ່ຄອງ ເປັນເລກຊີວິດຄູ່ດີ ຖ້າຍັງໂສດກໍຈະເປັນຄົນມີສະເໜ່
ຄວາມໝາຍຄູ່ເລກຊຸດທີ 6
66 ເລກຄູ່ນີ້ສົ່ງເສີມໃຫ້ເປັນຄົນໃຈດີ ມີຄວາມສຸກ ມີພະລັງງານບວກໃນຕົວເອງ ບໍ່ຄ່ອຍຄຽດງ່າຍ ສະຫຼາດ ໜ້າຮັກ ມີສະເໜ່ ໃຜຢູ່ໃກ້ກໍຊົມເຊີຍ ແລະ ມັກ ມີຄວາມຮັກທີ່ດີ ມີເງິນຄໍາເຂົ້າມາເລື້ອຍໆ ເປັນຄົນທີ່ມັກຄວາມສຸກ ມັກຮ້ອງເພງ ຟ້ອນລໍາ ຫຼື ສິ່ງທີ່ເປັນການສະແດງ ມັກສິ່ງທີ່ສ້າງຄວາມສຸກ ມັກເບິ່ງໜັງຟັງເພງ ມັກຟ້ອນລໍາ ມັກຄວາມສວຍຄວາມງາມ ມັກທໍາມະຊາດ ມັກການທ່ອງທ່ຽວ ຖ້າໃຊ້ສິ່ງຂອງກໍຕ້ອງເປັນຂອງແພງ ຂອງຟຸມເຟືອຍ ຂອງແບຣນເນມ ເປັນຄົນໂກ້ຫຼູ ງາມຕາ ມີສະໄຕລ໌ ມີລົດນິຍົມ ດູດີ ເບິ່ງໄຮໂຊສະຫຼຸບແລ້ວ ເລກເບີນີ້ເປັນເລກທີ່ດີຫຼາຍ ຖ້າມີໂອກາດກໍຫາໃຊ້ໄດ້ເລີຍ ຜູ້ທີ່ຢູ່ໃກ້ມັກຈະມີຄວາມສຸກເມື່ອຢູ່ໃກ້ຄົນທີ່ໃຊ້ເລກເບີນີ້ ອາຊີບທີ່ແນະນໍາ: ຖ້າເຮັດອາຊີບຄ້າຂາຍ ແນະນໍາໃຫ້ຂາຍສິນຄ້າລາຄາແພງ, ຂອງຟຸມເຟືອຍ, ກະເປົາແບຣນເນມ, ໂມງຫຼູ, ລົດຍົນຫຼູ, ເຄື່ອງຫຼູຫລາ, ເສື້ອຜ້າທີ່ເບິ່ງດີມີສະໄຕລ໌ ແລະ ລາຄາແພງ ຖ້າໃຊ້ເລກນີ້ ມັນຈະເຂົ້າກັບອາຊີບ ຫຼືຖ້າໃຜວາງແຜນຈະຂາຍຂອງແພງ ອາຫານແພງ ຫາເລກນີ້ມາໃຊ້ກໍຈະດີຫຼາຍ ຄ້າຂາຍຂອງແພງທຸກຊະນິດ
ຄວາມໝາຍຄູ່ເລກຊຸດທີ 7
ເລກ 69/96 ເປັນຄູ່ເລກກະແສໃບພັດແຫ່ງການເງິນ ເປັນເລກທີ່ບັນດາຊິນແສໝໍດູຄົນດັງມັກໃຊ້ເສີມໃນເບີໂທລະສັບ ເພື່ອໜູນໃຫ້ເກີດພະລັງງານຢິນ-ຢາງ, ມີພະລັງງານການເງິນໝູນຄ່ອງ ເງິນສະພັດ. ຍັງສົ່ງເສີມໃຫ້ຜູ້ໃຊ້ງານມີຊື່ສຽງດີ ມີຄົນຮັກໃຄ່ ມີຄົນນິຍົມຊົມຊອບ. ມີໂຊກລາບວາດສະໜາດີ ມີໂຊກຟຸກໆ. ພະລັງງານຢິນ-ຢາງນີ້ສົ່ງຜົນໃຫ້ມີເງິນມີຄໍາເຂົ້າມາບໍ່ຂາດມືຫາເງິນໄດ້ຫຼາຍທາງ ຫາເງິນຄ່ອງ ຊີວິດມີຄວາມສຸກ ບໍ່ຕ້ອງກັງວົນໃນດ້ານການໃຊ້ຈ່າຍ ຈະມີເຂົ້າມາສະເໝີໆ. ໄດ້ມີໂອກາດຮ່ວມກິດຈະການງານບຸນເລື້ອຍໆ ເດີນທາງໄປເຮັດບຸນຕ່າງຖິ່ນຕ່າງທີ່ ຫຼືມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ. ເປັນຄົນອາລົມດີ ມີສິນລະປະໃນຊີວິດ ມີຄວາມຄິດສ້າງສັນທີ່ຍອດຢ້ຽມ. ເປັນຄົນມີລົດນິຍົມດີ, ເລີດຫູຼ, ແຕ່ງຕົວດີ, ວາຈາອ່ອນຫວານ, ປາກຫວານ, ຈິນຕະນາການດີ, ມີຄວາມໂຣແມນຕິກໃນຕົນເອງ, ມີສະເໜ່, ເປັນທີ່ຮັກໃຄ່ຂອງໝູ່ເພື່ອນ. ຫາເງິນເກັ່ງ. ດ້ວຍລົດນິຍົມດີ, ແຕ່ງຕົວດີຈະສົ່ງເສີມໃຫ້ເບິ່ງມີເຄຣດິດດີ, ມີພູມຖານ, ເບິ່ງໄຮໂຊ. ມັກຄ້າຂາຍຂອງແພງ ຂອງຫຼູຫລາ ລາຄາແພງໄດ້ດີ ເປັນຄູ່ເລກທີ່ດີຫຼາຍ
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງຂອງໜ້າທີ່ການງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກສາດໄທ "ຄຳວ່າເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.